WP Activity Log

ຄຳອະທິບາຍ

ຕິດຕາມການເຄື່ອນໄຫວໃນເວັບໄຊ WordPress ຂອງທ່ານ ແລະ ຮັບຮູ້ຂໍ້ມູນທີ່ຊັດເຈນກ່ຽວກັບສິ່ງທີ່ເກີດຂຶ້ນ ດ້ວຍການບັນທຶກຜູ້ໃຊ້ ແລະ ເຫດການທີ່ລະອຽດ.

ບັນທຶກ WordPress logs ທຸກຢ່າງທີ່ເກີດຂຶ້ນໃນເວັບໄຊ ແລະ ເຄືອຂ່າຍມັລຕິໄຊທ໌ຂອງທ່ານດ້ວຍ WP Activity Log ໄດ້ທັນທີ ໂດຍບໍ່ຕ້ອງຂຽນໂຄ້ດແມ່ນແຕ່ແຖວດຽວ.

  • ກວດຈັບການເຄື່ອນໄຫວທີ່ໜ້າສົງໄສໄດ້ຢ່າງງ່າຍດາຍ ໃນເວັບໄຊ WordPress ຂອງທ່ານກ່ອນທີ່ມັນຈະບານປາຍ
  • ບັນທຶກຄວາມພະຍາຍາມເຂົ້າສູ່ລະບົບທີ່ຫຼົ້ມເຫຼວ ເພື່ອກວດຈັບການບຸກລຸກດ້ານຄວາມປອດໄພ ແລະ ເສີມສ້າງການປ້ອງກັນເວັບໄຊ
  • ຕິດຕາມການເຂົ້າ ແລະ ອອກຈາກລະບົບຂອງຜູ້ໃຊ້ ເພື່ອຮັບປະກັນການປະຕິບັດຕາມ SLA ຢ່າງຕໍ່ເນື່ອງ
  • ຕິດຕາມການເຄື່ອນໄຫວ ແລະ ປະສິດທິພາບການເຮັດວຽກຂອງຜູ້ໃຊ້ ເພື່ອເພີ່ມຄວາມຮັບຜິດຊອບ
  • ຮູ້ຢ່າງແນ່ນອນວ່າຜູ້ໃຊ້ທັງໝົດຂອງທ່ານກຳລັງເຮັດຫຍັງຢູ່ ແບບສົດໆ
  • ຮູ້ສິ່ງທີ່ເກີດຂຶ້ນກ່ອນທີ່ລະບົບຈະຂັດຂ້ອງ ເພື່ອການແກ້ໄຂບັນຫາທີ່ວ່ອງໄວ ແລະ ງ່າຍຂຶ້ນ
  • ຮັບປະກັນການປະຕິບັດຕາມກົດລະບຽບ ແລະ ມາດຕະຖານ ເຊັ່ນ GDPR ແລະ PCI DSS
  • ຈັດການ ແລະ ຈັດລະບຽບເວັບໄຊ ແລະ ຜູ້ໃຊ້ຂອງທ່ານໄດ້ດີຂຶ້ນ ເພື່ອການດຳເນີນງານທີ່ສະດວກກວ່າ
  • ການຕັ້ງຄ່າທີ່ງ່າຍດາຍ ຊ່ວຍໃຫ້ທ່ານເລີ່ມໄດ້ຮັບປະໂຫຍດຢ່າງວ່ອງໄວ ແລະ ງ່າຍດາຍ

WP Activity Log ແມ່ນທາງອອກການບັນທຶກທີ່ສົມບູນແບບ, ເຊິ່ງຊ່ວຍໃຫ້ຜູ້ເບິ່ງແຍງລະບົບ ແລະ ຜູ້ຊ່ຽວຊານດ້ານຄວາມປອດໄພຫຼາຍແສນຄົນສາມາດຕິດຕາມການປ່ຽນແປງໃນເວັບໄຊຂອງເຂົາເຈົ້າ ຜ່ານການຕິດຕາມການເຄື່ອນໄຫວຜູ້ໃຊ້ແບບສົດໆ.

💎 ຕ້ອງການຟີເຈີທີ່ຫຼາຍກວ່ານີ້ບໍ? ປົດລັອກການອອກລາຍງານຂັ້ນສູງ, ການສົ່ງອອກ/ສຳເນົາບັນທຶກ, ການຈັດການເຊດຊັນ ແລະ ການແຈ້ງເຕືອນແບບສົດໆດ້ວຍ WP Activity Log premium ຫຼື enterprise.

ການປ່ຽນແປງໃດໃນ WordPress ທີ່ WP Activity Log ຕິດຕາມ

ບັນທຶກການເຄື່ອນໄຫວຂອງເວັບໄຊມີຄວາມສຳຄັນໃນການປັບປຸງການແກ້ໄຂບັນຫາ, ການປະຕິບັດຕາມກົດລະບຽບ, ການຈັດການຜູ້ໃຊ້ ແລະ ຄວາມປອດໄພ.
ໃຊ້ WP Activity Log ເພື່ອຕິດຕາມເຫດການຕ່າງໆໃນເວັບໄຊຂອງທ່ານ. ບັນທຶກບໍ່ພຽງແຕ່ບອກວ່າໂພສ, ໂປຣໄຟລ໌ຜູ້ໃຊ້ ຫຼື ອັອບເຈັກຕ່າງໆຖືກອັບເດດເທົ່ານັ້ນ, ແຕ່ຍັງບອກໃຫ້ທ່ານຮູ້ຢ່າງຊັດເຈນວ່າສິ່ງໃດທີ່ປ່ຽນແປງ, ປ່ຽນຕອນໃດ ແລະ ໃຜເປັນຜູ້ເຮັດ (user log), ເພື່ອໃຫ້ທ່ານມີຂໍ້ມູນທີ່ທ່ານຕ້ອງການສະເໝີ.

ດ້ານລຸ່ມນີ້ແມ່ນບົດສະຫຼຸບຂອງການປ່ຽນແປງທີ່ປລັກອິນສາມາດບັນທຶກໄວ້ໄດ້:

  • ການປ່ຽນແປງຂອງໂພສ, ໜ້າ ແລະ ປະເພດໂພສກຳນົດເອງ: ສະຖານະ, ການປ່ຽນແປງເນື້ອຫາ, ຫົວຂໍ້, URL, custom field ແລະ ການປ່ຽນແປງຂໍ້ມູນເມຕ້າອື່ນໆ

  • ການປ່ຽນແປງແທັກ ແລະ ໝວດໝູ່: ການສ້າງ, ແກ້ໄຂ, ລຶບ ແລະ ການເພີ່ມ/ລຶບພວກມັນອອກຈາກໂພສ

  • ການປ່ຽນແປງວິດເຈັດ ແລະ ເມນູ: ການສ້າງ, ການແກ້ໄຂ ຫຼື ການລຶບ

  • ການປ່ຽນແປງຜູ້ໃຊ້: ຜູ້ໃຊ້ຖືກສ້າງ ຫຼື ລົງທະບຽນ, ຖືກລຶບ ຫຼື ຖືກເພີ່ມເຂົ້າໃນເວັບໄຊໃນເຄືອຂ່າຍມັລຕິໄຊທ໌

  • ການປ່ຽນແປງໂປຣໄຟລ໌ຜູ້ໃຊ້: ການປ່ຽນລະຫັດຜ່ານ, ອີເມລ, ຊື່ທີ່ສະແດງ ແລະ ບົດບາດ

  • ການບັນທຶກການເຂົ້າເຖິງ: ການເຂົ້າລະບົບຂອງຜູ້ໃຊ້, ອອກຈາກລະບົບ, ເຂົ້າລະບົບຫຼົ້ມເຫຼວ ແລະ ການຕັດເຊດຊັນອື່ນໆ

  • ການປ່ຽນແປງຫຼັກ ແລະ ການຕັ້ງຄ່າ WordPress: ການອັບເດດທີ່ຕິດຕັ້ງແລ້ວ, ລິ້ງຖາວອນ, ບົດບາດເລີ່ມຕົ້ນ, URL ແລະ ການປ່ຽນແປງອື່ນໆທົ່ວເວັບໄຊ

  • ການປ່ຽນແປງເຄືອຂ່າຍ WordPress multisite: ການເພີ່ມ, ລຶບ ຫຼື ຈັດເກັບເວັບໄຊ, ການເພີ່ມ ຫຼື ລຶບຜູ້ໃຊ້ອອກຈາກເວັບໄຊ, ແລະ ອື່ນໆ.

  • ການປ່ຽນແປງປລັກອິນ ແລະ ທິມ: ການຕິດຕັ້ງ, ເປີດໃຊ້ງານ, ປິດໃຊ້ງານ, ຖອນການຕິດຕັ້ງ ແລະ ການອັບເດດ

  • ການປ່ຽນແປງຖານຂໍ້ມູນ WordPress: ເມື່ອປລັກອິນເພີ່ມ ຫຼື ລຶບຕາຕະລາງ

  • ການປ່ຽນແປງຂອງປລັກອິນພາຍນອກ: ຮ້ານຄ້າ & ສິນຄ້າ WooCommerce, Yoast SEO, RankMath, Termly, WPForms, Gravity Forms, Advanced Custom Fields (ACF), MainWP, ManageWP, WP Umbrella ແລະ ປລັກອິນ WordPress ຍອດນິຍົມອື່ນໆ

  • ການປ່ຽນແປງໄຟລ໌ເວັບໄຊ WordPress: ມີການເພີ່ມໄຟລ໌ໃໝ່, ຫຼື ໄຟລ໌ທີ່ມີຢູ່ແລ້ວຖືກແກ້ໄຂ ຫຼື ຖືກລຶບ.

ລາຍລະອຽດເຫດການທີ່ຖືກບັນທຶກ

ການບັນທຶກເຫດການທີ່ລະອຽດຊ່ວຍໃຫ້ໝັ້ນໃຈວ່າທຸກໆເຫດການທີ່ປລັກອິນບັນທຶກ ຈະມີການລາຍງານກ່ຽວກັບ:

  • ວັນທີ & ເວລາ (ແລະ ມິນລິວິນາທີ) ທີ່ເກີດຂຶ້ນ
  • ຜູ້ໃຊ້ & ບົດບາດຂອງຜູ້ໃຊ້ທີ່ເຮັດການປ່ຽນແປງ
  • ທີ່ຢູ່ IP ຕົ້ນທາງທີ່ເກີດການປ່ຽນແປງ
  • ອັອບເຈັກທີ່ເກີດການປ່ຽນແປງ

ເບິ່ງທີ່ ID ເຫດການບັນທຶກການເຄື່ອນໄຫວ WordPress ສຳລັບລາຍຊື່ທັງໝົດຂອງການປ່ຽນແປງທີ່ WP Activity Log ສາມາດບັນທຶກໄດ້ ແລະ ຄຳອະທິບາຍລະອຽດກ່ຽວກັບສິ່ງທີ່ແຕ່ລະ ID ເຫດການສະແດງເຖິງ.

💎 ອັບເກຣດເປັນ WP Activity Log Premium ແລະ ຮັບສິ່ງທີ່ຫຼາຍກວ່າ

ເວີຊັນ Premium ຂອງ WP Activity Log ຍົກລະດັບການຕິດຕາມການເຄື່ອນໄຫວຜູ້ໃຊ້ WordPress ໄປອີກຂັ້ນ. ມັນມາພ້ອມກັບຟີເຈີທີ່ຫຼາຍຂຶ້ນ ເຊັ່ນ: ການສຳເນົາບັນທຶກ (Log mirroring), ການຊ່ວຍເຫຼືອລະດັບອົງກອນ, ການຈັດການເຊດຊັນຜູ້ໃຊ້ ແລະ ອື່ນໆອີກຫຼາຍຢ່າງ!

ລາຍຊື່ຟີເຈີ Premium

  • ເບິ່ງວ່າໃຜກຳລັງເຂົ້າສູ່ລະບົບຢູ່ ແລະ ຕິດຕາມການເຄື່ອນໄຫວປັດຈຸບັນຂອງເຂົາເຈົ້າແບບສົດໆ
  • ສັ່ງອອກຈາກລະບົບ (Log off) ຜູ້ໃຊ້ໃດກໍໄດ້ ດ້ວຍການຄລິກປຸ່ມດຽວ
  • ສ້າງລາຍງານ HTML ແລະ CSV ທີ່ກຳນົດຄ່າໄດ້ຢ່າງເຕັມທີ່ ເພື່ອງ່າຍຕໍ່ການວິເຄາະຂໍ້ມູນ
  • ຮັບການແຈ້ງເຕືອນຜ່ານອີເມລ, SMS ແລະ Slack ສຳລັບການປ່ຽນແປງທີ່ສຳຄັນ (ກຳນົດຄ່າໄດ້ທັງໝົດ)
  • ໃຊ້ຕົວຕອງການຄົ້ນຫາ ເພື່ອປັບແຕ່ງຜົນການຄົ້ນຫາ ແລະ ຊອກຫາສິ່ງທີ່ທ່ານຕ້ອງການໃນບໍ່ເທົ່າໃດວິນາທີ
  • ຈັດເກັບບັນທຶກການເຄື່ອນໄຫວໃນຖານຂໍ້ມູນພາຍນອກ ເພື່ອເພີ່ມຄວາມປອດໄພ ແລະ ການຂະຫຍາຍຕົວ
  • ສຳເນົາບັນທຶກການເຄື່ອນໄຫວ ໄປຍັງລະບົບຈັດການບັນທຶກ ເຊັ່ນ AWS CloudWatch, Loggly, Papertrail ແລະ ອື່ນໆ ແບບສົດໆ
  • ສຳເນົາບັນທຶກໄປຍັງລະບົບການສື່ສານທາງທຸລະກິດ ເຊັ່ນ Slack
  • ສົ່ງສຳເນົາບັນທຶກການເຄື່ອນໄຫວເວັບໄຊຂອງທ່ານ ໄປຍັງໄຟລ໌ບັນທຶກໃນເວັບເຊີບເວີຂອງທ່ານ
  • ຈັດເກັບຂໍ້ມູນບັນທຶກການເຄື່ອນໄຫວເກົ່າ ໄວ້ໃນຖານຂໍ້ມູນອື່ນ ເພື່ອປັບປຸງການຈັດເກັບ ແລະ ການຈັດການບັນທຶກ
  • ເພີ່ມໝາຍເຫດໃນລາຍການບັນທຶກການເຄື່ອນໄຫວ ເພື່ອໃຫ້ຮູ້ບໍລິບົດ ແລະ ເປັນເອກະສານພາຍໃນທີ່ດີຂຶ້ນ

ເບິ່ງທີ່ ໜ້າຟີເຈີ ແລະ ປະໂຫຍດຂອງປລັກອິນ WP Activity Log ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບປະໂຫຍດຂອງການອັບເກຣດເປັນ WP Activity Log Premium.

🔌 ການຮອງຮັບປລັກອິນພາຍນອກຂອງ WP Activity Log

WP Activity Log ທຸກເວີຊັນລວມມີການຕິດຕາມການເຄື່ອນໄຫວສຳລັບປລັກອິນພາຍນອກ, ລວມມີ (ລຽງຕາມລໍາດັບຕົວອັກສອນ):

  • Advanced Custom Fields (ACF) – ບັນທຶກການປ່ຽນແປງຂອງປະເພດໂພສ, ແທັກໂຊໂນມີ (Taxonomies) ແລະ ຄຳສັບໃນແທັກໂຊໂນມີ
  • bbPress – ຕິດຕາມການປ່ຽນແປງຂອງຟໍຣຳ, ຫົວຂໍ້ ແລະ ການຕັ້ງຄ່າ bbPress
  • Gravity Forms – ຕິດຕາມການປ່ຽນແປງການຕັ້ງຄ່າ Gravity Forms, ຟອມ ແລະ ຂໍ້ມູນການສົ່ງຟອມ (Leads)
  • LearnDash – ຕິດຕາມການປ່ຽນແປງຂອງຫຼັກສູດ, ບົດຮຽນ ແລະ ການປ່ຽນແປງອື່ນໆຂອງລະບົບ, ລວມທັງການເຄື່ອນໄຫວຂອງນັກຮຽນ ເຊັ່ນ: ການລົງທະບຽນ ແລະ ການຮຽນຈົບຫຼັກສູດ, ບົດຮຽນ ແລະ ແບບທົດສອບ.
  • MemberPress – ບັນທຶກການປ່ຽນແປງການຕັ້ງຄ່າປລັກອິນ, ສະມາຊິກ, ການຊຳລະເງິນ, ການສະໝັກສະມາຊິກ ແລະ ການກະທຳອື່ນໆ
  • ເຄື່ອງມືຈັດການ Multisite – ຕິດຕາມການປ່ຽນແປງທົ່ວເຄືອຂ່າຍສຳລັບ MainWP, ManageWP, Modular DS, Infinite WP, WP Umbrella, WP Remote ແລະ ປລັກອິນຈັດການມັລຕິໄຊທ໌ອື່ນໆ
  • Paid Membership Pro – ບັນທຶກການປ່ຽນແປງລະດັບສະມາຊິກ, ການກຳນົດສິດຜູ້ໃຊ້ ແລະ ອື່ນໆ. ຜູ້ໃຊ້ Premium ຍັງສາມາດຕິດຕາມການເຄື່ອນໄຫວການສັ່ງຊື້ ແລະ ການຊຳລະເງິນ, ແລະ ເຂົ້າເຖິງແຜງການເຄື່ອນໄຫວຂອງສະມາຊິກພາຍໃນໂປຣໄຟລ໌ຂອງສະມາຊິກແຕ່ລະຄົນ ເພື່ອເບິ່ງການກະທຳຫຼ້າສຸດໄດ້ທັນທີ.
  • RankMath – ບັນທຶກການປ່ຽນແປງການຕັ້ງຄ່າ RankMath, ການກຳນົດຄ່າ SEO ແລະ ການແກ້ໄຂ SEO ໃນໜ້າເວັບ
  • Redirection – ບັນທຶກການປ່ຽນແປງຂອງການປ່ຽນເສັ້ນທາງ (Redirection) ແລະ ກຸ່ມການປ່ຽນເສັ້ນທາງ
  • Termly – ບັນທຶກການປ່ຽນແປງການຕັ້ງຄ່າ ແລະ ການກຳນົດຄ່າຂອງ Termly
  • WooCommerce – ບັນທຶກການປ່ຽນແປງການຕັ້ງຄ່າຮ້ານຄ້າ, ຄຳສັ່ງຊື້, ສິນຄ້າ, ຄູປອງ ແລະ ອື່ນໆ
  • WPForms – ບັນທຶກການປ່ຽນແປງການຕັ້ງຄ່າ WPForms, ຟອມ, ໄຟລ໌ຟອມ ແລະ ຂໍ້ມູນການສົ່ງຟອມ (Leads)
  • Yoast SEO – ຕິດຕາມການປ່ຽນແປງການຕັ້ງຄ່າ Yoast SEO ແລະ SEO ໃນໜ້າເວັບໃນກ່ອງເມຕ້າຂອງ Yoast SEO

ຟີເຈີເພີ່ມເຕີມສຳລັບການຕິດຕາມ ແລະ ການຈັດການທີ່ດີຂຶ້ນ

ທັງເວີຊັນຟຣີ ແລະ Premium ຂອງ WP Activity Log ລວມມີຟີເຈີອື່ນໆ ທີ່ບໍ່ແມ່ນການບັນທຶກຢ່າງດຽວ ເຊິ່ງເຮັດໃຫ້ປລັກອິນນີ້ເປັນທາງອອກການຕິດຕາມ WordPress ທີ່ສົມບູນແບບ. ນີ້ແມ່ນສິ່ງທີ່ລວມຢູ່:

ຟຣີ

  • ຮອງຮັບ reverse proxies ແລະ web application firewalls ໃນຕົວ
  • ເຊື່ອມຕໍ່ກັບ WhatIsMyIpAddress.com – ຮັບຂໍ້ມູນທັງໝົດກ່ຽວກັບທີ່ຢູ່ IP ດ້ວຍການຄລິກດຽວ
  • ຈຳກັດຜູ້ທີ່ສາມາດເບິ່ງບັນທຶກການເຄື່ອນໄຫວ WordPress ຕາມລາຍຊື່ຜູ້ໃຊ້ ຫຼື ບົດບາດ
  • ເປີດ ຫຼື ປິດການໃຊ້ງານແຕ່ລະ ID ເຫດການ ຈາກບັນທຶກການເຄື່ອນໄຫວ
  • ວິດເຈັດໜ້າຄວບຄຸມທີ່ກຳນົດຄ່າໄດ້ ເນັ້ນເຫດການສຳຄັນທີ່ເກີດຂຶ້ນຫຼ້າສຸດ
  • ກຳນົດນະໂຍບາຍການເກັບຮັກສາບັນທຶກການເຄື່ອນໄຫວ WordPress ໄດ້
  • ສະແດງຮູບແທນຕົວຜູ້ໃຊ້ (Avatars) ໃນເຫດການຕ່າງໆເພື່ອໃຫ້ຈື່ໄດ້ງ່າຍຂຶ້ນ
  • ແລະ ອື່ນໆອີກຫຼາຍຢ່າງ!

Premium

ທຸກຢ່າງທີ່ລວມຢູ່ໃນເວີຊັນຟຣີ, ບວກກັບ:

  • ຮອງຮັບ WordPress multisite ຢ່າງເຕັມຮູບແບບ
  • ສ້າງການແຈ້ງເຕືອນແບບກຳນົດເອງ ເພື່ອຕິດຕາມຟັງຊັນເພີ່ມເຕີມ
  • ນຳເຂົ້າ ແລະ ສົ່ງອອກການຕັ້ງຄ່າປລັກອິນ
  • ບັນທຶກການເຄື່ອນໄຫວແບບສົດໆ ສາມາດເບິ່ງໄດ້ໃນແຖບເຄື່ອງມືຜູ້ເບິ່ງແຍງລະບົບ WordPress
  • ແລະ ອື່ນໆອີກຫຼາຍຢ່າງ!

🛠️ ການຊ່ວຍເຫຼືອປລັກອິນເວີຊັນຟຣີ ແລະ premium

ຫາກທ່ານພົບກັບບັນຫາໃດໆໃນການໃຊ້ງານ WP Activity Log ເວີຊັນຟຣີ, ທ່ານສາມາດຕັ້ງກະທູ້ຂໍຄວາມຊ່ວຍເຫຼືອໄດ້ທີ່ ຟໍຣຳຊ່ວຍເຫຼືອຂອງ WordPress.org. ທ່ານຍັງສາມາດຄົ້ນຫາຂໍ້ມູນທາງເຕັກນິກ ແລະ ເອກະສານການໃຊ້ງານປລັກອິນໄດ້ທີ່ ຖານຄວາມຮູ້ຂອງ Melapress.

ປລັກອິນແບບ Premium ລວມມີການອັບເດດຟຣີເຕັມປີ ແລະ ການຊ່ວຍເຫຼືອທາງອີເມລລະດັບພິເສດແບບຕົວຕໍ່ຕົວ. ນີ້ໝາຍຄວາມວ່າທ່ານຈະສາມາດຕິດຕໍ່ທີມງານຊ່ວຍເຫຼືອຂອງພວກເຮົາໄດ້ໂດຍກົງ ເຊິ່ງຈະຊ່ວຍທ່ານໃນທຸກຄຳຖາມ ຫຼື ບັນຫາທີ່ກ່ຽວຂ້ອງກັບປລັກອິນ.

ໄດ້ຮັບການແນະນຳໃນ:

ບຳລຸງຮັກສາ ແລະ ຊ່ວຍເຫຼືອໂດຍ MELAPRESS

Melapress ພັດທະນາປລັກອິນການຈັດການ ແລະ ຄວາມປອດໄພ WordPress ທີ່ມີຄຸນນະພາບສູງ ເຊັ່ນ Melapress Login Security, WP 2FA ແລະ Melapress Role Editor.

ເລືອກເບິ່ງລາຍຊື່ ປລັກອິນຄວາມປອດໄພ ແລະ ການຈັດການ WordPress ຂອງພວກເຮົາ ເພື່ອເບິ່ງວ່າປລັກອິນຂອງພວກເຮົາສາມາດຊ່ວຍໃຫ້ທ່ານຈັດການ ແລະ ປັບປຸງຄວາມປອດໄພຂອງເວັບໄຊ WordPress ແລະ ຜູ້ໃຊ້ຂອງທ່ານໄດ້ແນວໃດ.

ກຳລັງຕິດຕັ້ງ WP Activity Log

ຕິດຕັ້ງ WP Activity Log ຈາກພາຍໃນ WordPress

  1. ໄປທີ່ ‘ປລັກອິນ > ເພີ່ມໃໝ່’
  2. ຄົ້ນຫາ ‘WP Activity Log’
  3. ຕິດຕັ້ງ ແລະ ເປີດໃຊ້ງານປລັກອິນ WP Activity Log
  4. ອະນຸຍາດ ຫຼື ຂ້າມການຕິດຕາມການວິເຄາະ

ຕິດຕັ້ງ WP Activity Log ດ້ວຍຕົນເອງ

  1. ແຕກໄຟລ໌ ZIP ຂອງປລັກອິນ ແລະ ອັບໂຫຼດມັນໄປທີ່ໄດເຣັກທໍຣີ /wp-content/plugins/
  2. ເປີດໃຊ້ງານປລັກອິນ WP Activity Log ຈາກເມນູ ‘ປລັກອິນ’ ໃນ WordPress
  3. ອະນຸຍາດ ຫຼື ຂ້າມການຕິດຕາມການວິເຄາະ

ພາບໜ້າຈໍ

ຄຳຖາມທີ່ພົບເລື້ອຍ

WP Activity Log ເວີຊັນຟຣີໄດ້ຈຳກັດຂໍ້ມູນທີ່ເກັບກຳບໍ?

ບໍ່, ເວີຊັນຟຣີບໍ່ໄດ້ຈຳກັດຂໍ້ມູນທີ່ປລັກອິນເກັບກຳແຕ່ຢ່າງໃດ. ທຸກເຫດການທີ່ບັນທຶກໂດຍເວີຊັນ premium ແມ່ນມີໃຫ້ໃຊ້ໃນເວີຊັນຟຣີ. ເວີຊັນ premium ຈະເພີ່ມຟີເຈີເພີ່ມເຕີມ ເຊັ່ນ: ຕົວເລືອກການຕອງບັນທຶກທີ່ລະອຽດ, ການເຊື່ອມຕໍ່ກັບຖານຂໍ້ມູນພາຍນອກ/ບໍລິການຈັດການບັນທຶກ, ການຈັດການເຊດຊັນຜູ້ໃຊ້ ແລະ ອື່ນໆອີກຫຼາຍຢ່າງ.

WP Activity Log ເກັບຂໍ້ມູນໄວ້ດົນປານໃດ?

ຂໍ້ມູນບັນທຶກສາມາດເກັບໄວ້ໄດ້ຕະຫຼອດໄປທັງໃນເວີຊັນຟຣີ ແລະ Premium. ໂດຍມາດຕະຖານ, ປລັກອິນຈະເກັບຂໍ້ມູນການກວດສອບທັງໝົດເປັນເວລາ 3 ເດືອນ, ຢ່າງໃດກໍຕາມ ທ່ານສາມາດປ່ຽນແປງສິ່ງນີ້ໄດ້ຈາກຕົວຊ່ວຍການຕັ້ງຄ່າເລີ່ມຕົ້ນ ຫຼື ການຕັ້ງຄ່າຂອງປລັກອິນ (ນະໂຍບາຍການເກັບຮັກສາບັນທຶກການເຄື່ອນໄຫວ).

ປລັກອິນເກັບບັນທຶກໄວ້ບ່ອນໃດ?

ໂດຍມາດຕະຖານ, ບັນທຶກຈະຖືກເກັບໄວ້ໃນຖານຂໍ້ມູນ WordPress. WP Activity Log ເວີຊັນ Enterprise ລວມມີຕົວເລືອກໃນການບັນທຶກການເຄື່ອນໄຫວລົງໃນຖານຂໍ້ມູນພາຍນອກ ແລະ ການສຳເນົາບັນທຶກໄປຍັງ AWS Cloudwatch, Loggly, Papertrail, Syslog ແລະ SIEM ອື່ນໆ.

ສາມາດສົ່ງອອກບັນທຶກໄດ້ບໍ?

ແມ່ນແລ້ວ, ບັນທຶກສາມາດສົ່ງອອກເປັນ CSV ຫຼື HTML ໄດ້ຢ່າງງ່າຍດາຍ. ຟັງຊັນນີ້ຕ້ອງໃຊ້ໂມດູນລາຍງານໃນປລັກອິນເວີຊັນ Premium.

WP Activity Log ຊ່ວຍປັບປຸງຄວາມປອດໄພໄດ້ແນວໃວ?

WP Activity Log ເກັບບັນທຶກການເຄື່ອນໄຫວຂອງຜູ້ໃຊ້ ແລະ ລະບົບທີ່ກ່ຽວຂ້ອງກັບຄວາມປອດໄພ, ລວມທັງການເຂົ້າລະບົບ, ອອກຈາກລະບົບ, ຄວາມພະຍາຍາມເຂົ້າລະບົບທີ່ຫຼົ້ມເຫຼວ, ການປ່ຽນແປງການຕັ້ງຄ່າ ແລະ ການແກ້ໄຂໂພສ. ບັນທຶກຄວາມປອດໄພນີ້ບໍ່ພຽງແຕ່ຊ່ວຍເປີດເຜີຍພຶດຕິກຳທີ່ໜ້າສົງໄສເທົ່ານັ້ນ, ແຕ່ຍັງຊ່ວຍໃນການກວດສອບ ແລະ ວິເຄາະຫາສາເຫດເພື່ອການຟື້ນຟູລະບົບທີ່ວ່ອງໄວຂຶ້ນ.

ໃຜສາມາດເບິ່ງບັນທຶກການເຄື່ອນໄຫວໄດ້?

ໂດຍມາດຕະຖານ, ຜູ້ໃຊ້ທັງໝົດທີ່ມີບົດບາດເປັນຜູ້ເບິ່ງແຍງລະບົບ (Administrator) ສາມາດເບິ່ງບັນທຶກການເຄື່ອນໄຫວໄດ້. ຢ່າງໃດກໍຕາມ, ທ່ານສາມາດຈຳກັດສິດນີ້ໃຫ້ກັບຜູ້ເບິ່ງແຍງລະບົບສະເພາະບາງຄົນ ຫຼື ໃຫ້ສິດເຂົ້າເຖິງແກ່ຜູ້ໃຊ້ອື່ນໆຜ່ານການຕັ້ງຄ່າຂອງປລັກອິນ. ເບິ່ງຂໍ້ມູນເພີ່ມເຕີມໄດ້ທີ່ ສິດທິໃນບັນທຶກການເຄື່ອນໄຫວ WordPress.

ປລັກອິນໄດ້ສົ່ງຂໍ້ມູນບັນທຶກໃດໆໄປຫາ Melapress ບໍ?

ບໍ່, ປລັກອິນຈະບໍ່ສົ່ງຂໍ້ມູນບັນທຶກໃດໆມາຍັງພວກເຮົາເລີຍ. ຂໍ້ມູນດຽວທີ່ພວກເຮົາໄດ້ຮັບແມ່ນຂໍ້ມູນໃບອະນຸຍາດ (License) ຈາກປລັກອິນເວີຊັນ premium ເທົ່ານັ້ນ.

ປລັກອິນມີການອັບເດດບໍ?

ພວກເຮົາອັບເດດປລັກອິນເປັນປະຈຳເພື່ອໃຫ້ໝັ້ນໃຈວ່າປລັກອິນຈະເຮັດວຽກໄດ້ດີທີ່ສຸດ ພ້ອມທັງເພີ່ມຟີເຈີໃໝ່ໆເປັນໄລຍະ.

WP Activity Log ຈະເຮັດໃຫ້ເວັບໄຊຂອງຂ້ອຍຊ້າລົງບໍ?

WP Activity Log ຈະບໍ່ເຮັດໃຫ້ເວັບໄຊຂອງທ່ານຊ້າລົງ. ແຕ່ລະເວີຊັນໄດ້ຮັບການທົດສອບກ່ອນການປ່ອຍ ເພື່ອໃຫ້ໝັ້ນໃຈວ່າມັນເຮັດວຽກໄດ້ດີທີ່ສຸດ. ເຖິງຢ່າງໃດກໍຕາມ, ທ່ານຕ້ອງໝັ້ນໃຈວ່າເວັບເຊີບເວີ WordPress ຂອງທ່ານມີຊັບພະຍາກອນພຽງພໍທີ່ຈະຈັດການກັບພາລະຂອງເວັບໄຊທ່ານ.

ຂ້ອຍຈະຂໍຄວາມຊ່ວຍເຫຼືອໄດ້ແນວໃດ?

ການຊ່ວຍເຫຼືອສຳລັບເວີຊັນຟຣີແມ່ນມີໃຫ້ຜ່ານຟໍຣຳຊ່ວຍເຫຼືອຂອງ WordPress.org ເທົ່ານັ້ນ. ທ່ານຍັງສາມາດເບິ່ງ ໜ້າຊ່ວຍເຫຼືອ ຂອງພວກເຮົາສຳລັບເອກະສານທາງເຕັກນິກ ແລະ ຜະລິດຕະພັນທັງໝົດ.

ຫາກທ່ານກຳລັງໃຊ້ເວີຊັນ Premium, ທ່ານສາມາດເຂົ້າເຖິງທີມງານຊ່ວຍເຫຼືອຂອງພວກເຮົາໄດ້ໂດຍກົງຜ່ານ ການຊ່ວຍເຫຼືອທາງອີເມລ ແບບຕົວຕໍ່ຕົວ.

ຂ້ອຍສາມາດລາຍງານບັກດ້ານຄວາມປອດໄພໄດ້ແນວໃດ?

ທ່ານສາມາດລາຍງານບັກດ້ານຄວາມປອດໄພຜ່ານໂຄງການ Patchstack Vulnerability Disclosure Program. ກະລຸນາໃຊ້ ຟອມນີ້. ສຳລັບລາຍລະອຽດເພີ່ມເຕີມ, ກະລຸນາເບິ່ງ ໂຄງການຄວາມປອດໄພຂອງປລັກອິນ Melapress.

WP Activity Log ປຽບທຽບກັບຄູ່ແຂ່ງແນວໃດ?

WP Activity Log ມີຄວາມໂດດເດັ່ນໃນຖານະເປັນໜຶ່ງໃນເຄື່ອງມືບັນທຶກການເຄື່ອນໄຫວ WordPress ທີ່ມີລາຍລະອຽດທີ່ສຸດໃນຕະຫຼາດ. ມັນແຕກຕ່າງຈາກຄູ່ແຂ່ງຫຼາຍລາຍ ຍ້ອນມັນມີ:

  • Unlimited log retention – keep a complete history of all user and system activity without arbitrary limits
  • Detailed event information – see who made each change, when it happened, and from which IP address
  • Feature-rich monitoring – including real-time activity tracking, user session management, advanced reporting, alerts, and support for a wide range of third-party plugins
  • Vulnerability Disclosure Program – through Patchstack, we allow security researchers to report vulnerabilities responsibly, helping us address potential issues quickly and maintain a secure plugin for all users

ຄວາມສາມາດເຫຼົ່ານີ້ເຮັດໃຫ້ WP Activity Log ເປັນ ທາງອອກທີ່ຄົບຖ້ວນສຳລັບຄວາມປອດໄພຂອງເວັບໄຊ, ການແກ້ໄຂບັນຫາ ແລະ ການປະຕິບັດຕາມກົດລະບຽບ, ຊ່ວຍໃຫ້ຜູ້ເບິ່ງແຍງລະບົບ ແລະ ທີມງານຄວາມປອດໄພສາມາດເບິ່ງເຫັນພາບລວມທັງໝົດຂອງເວັບໄຊ WordPress ແລະ ເຄືອຂ່າຍມັລຕິໄຊທ໌.

ການຣີວິວ

24 ສິງຫາ 2026 1 ການຕອບກັບ
I've been using this plugin for several years on all our managed websites, and its integration with MainWP is by far crucial for controlling, auditing, and securing our network of websites. It's an essential plugin with excellent support, giving us the confidence to continue using it and consider the paid version in the future, given the great work the Melapress team does with the free version.
24 ສິງຫາ 2026 1 ການຕອບກັບ
I, too, have suffered from the compatibility issue with 7.1 and ended up having to restore a site backup to get back into WP 7.0.4. Melapress responded and sent a solution within hours. I have uploaded the patch they provided, upgraded to 7.1 and the plugin is now working as it should. I couldn't wish for better service and the free version of the plugin is great
21 ສິງຫາ 2026 1 ການຕອບກັບ
WP Activity Log does exactly what I need. I needed a way to track User activity on my client websites, and any other pertinent log information of the WordPress environment. Support is responsive, and listens to user feedback and bug fixes quickly and efficiently. For example, when WordPress 7.1 released, I encountered a critical error in WP Activity Log 5.6.5 to view the Log Viewer, and they immediately put out a patch, responded to my support request to download the patch on their website to install on your environment and fixed my issue on a couple of client websites. A great quality team that cares about their products. Thank you!
21 ສິງຫາ 2026 1 ການຕອບກັບ
After updating our development environment to WordPress 7.1, we encountered a fatal error in WP Activity Log 5.6.5 caused by a compatibility issue that affected specific configurations. The Melapress team responded very quickly, identified the cause, prepared a patch, and asked affected users to verify it. We tested the patch on WordPress 7.1 with PHP 8.3, and it resolved the problem completely. The activity log works correctly again, and no new errors have appeared in our debug log. We especially appreciate the team’s clear communication, transparency, and fast response. This is exactly the kind of support that builds confidence in a plugin used for security monitoring. Thank you for handling the issue so professionally.
21 ສິງຫາ 2026 1 ການຕອບກັບ
New WordPress 7.1 upgrade wasn't compatible. sent mail and 5 mins later reply from Lucien including patch and now everything is fine again! I wish some of my other plugin support guys were so quick to help out!
20 ສິງຫາ 2026 1 ການຕອບກັບ
I recently ran into a fatal PHP error caused by a compatibility issue between WP Activity Log and WordPress 7.1 on PHP 8.3. I reported the issue with a detailed error log, and the support team's response really stood out. Their turnaround time was impressive — they identified the root cause quickly, confirmed it matched a known issue, and provided a patched build the same day. Communication throughout was clear, friendly, and professional. Once I applied the patch, the error was completely resolved with no further issues. It's rare to get support this responsive and effective, especially for a free plugin. Great work from the team — highly recommended!
ອ່ານການຣີວິວທັງໝົດ 488 ລາຍການ

ຜູ້ຮ່ວມພັດທະນາ ແລະ ຜູ້ພັດທະນາ

“WP Activity Log” ແມ່ນຊອຟແວໂອເພັນຊອດ (Open Source). ບຸກຄົນຕໍ່ໄປນີ້ໄດ້ມີສ່ວນຮ່ວມໃນການພັດທະນາປລັກອິນນີ້.

ຜູ້ຮ່ວມພັດທະນາ

“WP Activity Log” ໄດ້ຖືກແປເປັນ 14 ພາສາທ້ອງຖິ່ນ. ຂໍຂອບໃຈ ທີມງານຜູ້ແປ ສຳລັບການປະກອບສ່ວນຂອງເຂົາເຈົ້າ.

ແປ “WP Activity Log” ເປັນພາສາຂອງເຈົ້າ.

ສົນໃຈຮ່ວມພັດທະນາບໍ່?

ເບິ່ງລະຫັດ, ກວດເບິ່ງ ຄັງເກັບ SVN, ຫຼື ຕິດຕາມ ບັນທຶກການພັດທະນາ ຜ່ານ RSS.

ບັນທຶກການປ່ຽນແປງ

5.6.7 (2026-09-22)

  • Security fix

    • Fixed an Administrator SQL Injection responsibly reported by Ananda Dhakal.
  • Functionality & plugin improvements

    • Updated the External DB mirroring screen to use the plugin’s existing Select2 4.0.13 library instead of the legacy version.
    • Improved multisite access checks for event details, the activity log viewer, and the Latest Events widget to respect site-level viewing permissions.
    • Improved search input handling in post-title and post-ID searches in plugin settings and Select2 fields.
    • Event 2008 (permanent post deletion) now identifies System as the actor and displays the server’s IP address for deletions triggered by WordPress cron, scheduled trash cleanup, or WP-CLI.
  • ການແກ້ໄຂບັກ

    • Fixed user session policies for individual roles requiring the global session policies setting to be enabled.
    • Fixed a banner styling conflict with Ultimate WordPress Auction Plugin that affected the activity log layout.
    • Fixed missing refund amounts in WooCommerce order refund event 9041.
    • Fixed the custom notifications database table being left behind when uninstalling the plugin with Delete all data on uninstall enabled.
    • Fixed event 2002 (modified post) being logged when a more specific event, such as 2065 (modified content), already covers the change.
    • Fixed a fatal PHP error that prevented application password revocation when BuddyBoss or another plugin updated unrelated user metadata during the request.
    • Fixed monthly reports missing activity from the last day of the month.
    • Fixed event 9154 (opened a WooCommerce order) being logged again when the order page reloaded after saving changes.
    • Fixed the basic search option disappearing after disconnecting a license.
    • Fixed a fatal PHP error and missing event 5704 when duplicating a Gravity Forms form without notifications.
    • Fixed auto-refresh on the User Sessions page and made the refresh notice available for translation.
    • Fixed an issue with WP Mail SMTP’s Force From Email setting, which could cause email delivery failures.
    • Fixed client IP detection when the selected proxy header contains multiple addresses, rather than recording the full address list or Unknown.

ເບິ່ງ ບັນທຶກການປ່ຽນແປງຂອງປລັກອິນ ທັງໝົດ ສຳລັບຂໍ້ມູນລະອຽດກ່ຽວກັບສິ່ງໃໝ່, ສິ່ງທີ່ປັບປຸງ ແລະ ແກ້ໄຂໃນເວີຊັນກ່ອນໜ້າ.